ນະຄອນຫຼວງວຽງຈັນ, ວັນທີ 11 ສິງຫາ 2026 – ກະຊວງການເງິນ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຂະບວນການໂຕະມົນ ປະຈຳປີ 2026 (2026 Round Table Process Retreat) ຂຶ້ນຢ່າງເປັນທາງການ.
ໃນເວລາ 08:40 – 08:50 ນາທີ, ກ່ອນກ້າວເຂົ້າສູ່ພາກເປີດກອງປະຊຸມ ທ່ານ ປອ. ວົງຄຳແຫງ ວົງທະຈັກ ຫົວໜ້າກົມຮ່ວມມື ແລະ ການເງິນສາກົນ ໃນນາມປະທານ ໄດ້ນຳພາຜູ້ແທນກອງປະຊຸມ ທັງພາຍໃນ ແລະ ຕ່າງປະເທດ ດຳເນີນການ ໄວ້ອາໄລ ຕໍ່ການຈາກໄປຂອງ ພະນະທ່ານ ໄຊສົມພອນ ພົມວິຫານ ກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ອະດີດລັດຖະມົນຕີກະຊວງການເງິນ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວບັນດາເຜົ່າ ຢ່າງເປັນທາງການ !
ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ. ວົງຄຳແຫງ ວົງທະຈັກ, ຫົວໜ້າກົມຮ່ວມມື ແລະ ການເງິນສາກົນ ທັງເປັນຫົວໜ້າກອງເລຂາຄະນະຊີ້ນຳລະດັບຊາດ ເພື່ອຂະບວນການໂຕະມົນ (ກະຊວງການເງິນ) ແລະ ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ (UNRC), ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າ, ກອງເລຂາໜ່ວຍງານຂະແໜງການ, ສະຖານເອກອັກຄະລັດຖະທູດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນທີ່ປະຊຸມ, ທ່ານ ປອ. ວົງຄຳແຫງ ວົງທະຈັກ ໄດ້ເນັ້ນໜັກວ່າ: ກອງປະຊຸມຄັ້ງນີ້ ເປັນເວທີສຳຄັນໃນການປຶກສາຫາລືຮ່ວມກັນ ລະຫວ່າງລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026–2030) ແລະ ແຜນປະຈຳປີ 2026. ພ້ອມກັນນັ້ນ, ຍັງເປັນການສ້າງແຜນບູລິມະສິດສຳລັບປີ 2027, ການກະກຽມຄວາມພ້ອມເພື່ອຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ (LDC) ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຮອດປີ 2030.
ເພື່ອຮັບປະກັນປະສິດທິຜົນຂອງວຽກງານ, ກອງປະຊຸມໄດ້ສຸມໃສ່ປຶກສາຫາລືໃນ 3 ປະເດັນຫຼັກ ຄື:
- ການຕີລາຄາຄືນວຽກງານໃນປີ 2025: ທົບທວນສິ່ງທ້າທາຍ, ຂໍ້ຫຍຸ້ງຍາກ ແລະ ວິທີແກ້ໄຂ ໃນການຈັດຕັ້ງປະຕິບັດວຽກງານຂະບວນການໂຕະມົນ ພ້ອມທັງ, ຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດ ຂໍ້ຕົກລົງ 33/ນຍ ວ່າດ້ວຍການຜັນຂະຫຍາຍຜົນຂອງກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 14;
- ການກຳນົດທິດທາງ ປະຈຳປີ 2026: ປຶກສາຫາລືການປັບປຸງກົນໄກຂະບວນການໂຕະມົນ ແລະ ໜ່ວຍງານຂະແໜງການ (SWGs) ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ເພື່ອສະໜັບສະໜູນການຫັນປ່ຽນໄປສູ່ເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ກວມລວມ ແລະ ມີຄວາມສາມາດແຂ່ງຂັນສູງ;
- ການກະກຽມກອງປະຊຸມໂຕະມົນ ປະຈຳປີ 2026 (2026 RTIM): ເຊິ່ງກຳນົດຈະຈັດຂຶ້ນໃນວັນທີ 19 ພະຈິກ 2026, ໂດຍໄດ້ລົງເລິກກ່ຽວກັບຫຼັກການ, ຫົວຂໍ້ບູລິມະສິດ, ຮູບແບບ, ວັນເວລາ ແລະ ສະຖານທີ່ ເພື່ອຮັບປະກັນດ້ານເນື້ອໃນ ໃຫ້ມີຄວາມຄົບຖ້ວນ, ສົມບູນ ແລະ ມີຄວາມຮັບຜິດຊອບຮ່ວມກັນ.
ພາຍຫຼັງການແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ແລະ ສ້າງສັນ, ປະທານກອງປະຊຸມ ໄດ້ສະເໜີໃຫ້ກອງເລຂາຄະນະຊີ້ນຳລະດັບຊາດ, ບັນດາໜ່ວຍງານຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ນຳເອົາຂໍ້ສະເໜີແນະຈາກກອງປະຊຸມ ໄປສືບຕໍ່ຄົ້ນຄວ້າ ແລະ ຜັນຂະຫຍາຍເປັນແຜນວຽກລະອຽດ ເພື່ອກະກຽມໃຫ້ແກ່ກອງປະຊຸມ 2026 RTIM ຢ່າງມີຄຸນນະພາບ.
ໃນຕອນທ້າຍ, ທ່ານປະທານ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ທັງພາກລັດ ແລະ ຄູ່ຮ່ວມພັດທະນາ ສືບຕໍ່ປະສານງານຢ່າງໃກ້ຊິດ, ຮ່ວມກັນກຳນົດບູລິມະສິດຢ່າງຈະແຈ້ງ ແລະ ສຸມຊັບພະຍາກອນໃຫ້ແທດເໝາະກັບຄວາມຕ້ອງການຕົວຈິງຂອງການພັດທະນາໃນ ສປປ ລາວ ຢ່າງແທ້ຈິງ.
ຂໍ້ມູນເພີ່ມຕື່ມ ຕິດຕໍ່:
- ທ່ານ ນາງ ວິໄລວອນ ສົມສຸລິວົງ (ວິຊາການ ພະແນກ ຈສກ), ເບີໂທລະສັບ: +36 20 576 1918

